ການກຳນົດກົນຈັກລາກແກ່ໃຫ້ເໝາະສົມກັບການຜະລິດອຸດສາຫະກຳບໍ່ແຮ່ໄດ້ອິງໃສ່ບັນດາເງື່ອນໄຂເຊັ່ນ: ກຳລັງການຜະລິດຂຸດຄົ້ນແຮ່ຕໍ່ວັນ, ການຜະລິດຂຸດຄົ້ນຫີນເສດຕໍ່ວັນ,ໄລຍະທາງການຂົນສົ່ງ, ສະພາບຂອງພື້ນທີ່ເຂດຂຸດຄົ້ນແລະຂະໜາດຂອງບໍ່ຂຸດຄົ້ນທີ່ສາມາດສະໜອງທາງແລະສະໜາາມຈອດໃຫ້ແກ່ກົນຈັກ. ນອກນີ້ຍັງໄດ້ອິງໃສ່ສະພາບຄວາມເປັນຈິງດ້ານເສດຖະກິດແລະການສະໜອງປະເພດອຸປະກອນນັັ້ນໆ ພ້ອມດ້ວຍການບໍລິການຫຼັງການຂາຍເຊັ່ນວ່າ: ອາໄຫຼ່.ກຳລັງການຜະລິດຂຸດຄົ້ນແຮ່ຖ່ານຫີນຕໍ່ວັນປະມານ1,351ໂຕນ, ດິນ/ຫີນເສດປະມານ19.015ໂຕນ , ສະນັ້ນ, ທາງບໍລິສັດຈຶ່ງໄດ້ເລືອກເອົາກົນຈັກດັ່ງຂ້າງລຸ່ມນີ້ ເຊິ່ງມີຮ່າງບັນຈຸຫີນແຮ່ໄດ້ສູງສຸດ24ແມັດກ້ອນຄວາມສາມາດໃນການລາກແກ່ປະມານ40ໂຕນຕໍ່ຖຽວ