ປ່ຽນຄອງນ້ຳແລະສ້າງຄູກັນລະຫວ່າງຄອງນ້ຳແລະຂອບບໍ່ຂຸດຄົ້ນ, ຫ້ວຍນ້ຳທີ່ຈະໄຫຼເຂົ້າເຂດຂຸດຄົ້ນໂດຍສະເພາະແມ່ນເຂດຂຸດຄົ້ນທີ1ພື້ນທີ່ທີ1ຫຼື (ຄພນ-01).ສ້າງຄອງນ້ຳມີຂະໜາດປາກກ້ວາງ4ແມັດ, ພື້ນກ້ວາງ1,5ແມັດ, ຄວາມສູງປະມານ1ແມັດແລະຄວາມງ່ຽງສະເລ່ຍປະມານ -1%ເຊິ່ງມີຄວາມຍາວ300 ແມັດ.ຕາມລຽບຂອບນອກຂອງຂອບບໍ່ ບໍລິເວນທີ່ມີຄວາມສ່ຽງຕໍ່ການໄຫຼຂອງນ້ຳໃນລະດູຝົນພະລົງເຂດຂຸດຄົ້ນ, ສ້າງຄອງລະບາຍນ້ຳແລະຄູກັນນ້ຳລຽບຕາມຂອບບໍ່ ເພື່ອໃຫ້ມັນໄຫຼໄປຕາມພື້ນທີ່ທຳມະຊາດ.