ລະບົບໂຄງສ້າງທໍລະນີສາດດ້ານວິສະວະກຳ, ຊັ້ນຫີນສ່ວນໃຫຍ່ໃນເຂດຂຸດຄົ້ນຖືກຈັດໃນລະດັບຊັ້ນຫີນທີ່ມີຄວາມແຕກຫັກຫາມີຄວາມໝັ້ນຄົງປານກາງແລະດີ. ຊັ້ນຫີນນອນໃນເຂດໂຄງສ້າງຮອຍເລື່ອນ,ຜົນການວິເຄາະຄຸນນະພາບຊັ້ນຫີນຈາກຕົວແບບຮູເຈາະ (RQD) ຢູ່ໃນລະຫວ່າງ42,1% - 70%ນີ້ສະແດງວ່າໂຄງສ້າງຊັ້ນຫີນມີຄຸນນະພາບປານກາງຫາດີ, ມີຄວາມສະຖຽນພໍປະມານຍົກເວັ້ນບ່ອນທີ່ມີການຜຸພັງແລະຊັ້ນໃກ້ກັບໜ້າດິນເຊັ່ນຊັ້ນດິນ/ຫີນທາງດ້ານທິດເໜືອຂອງບໍ່ ຄັງພະນຽນ01 (ຄນພ-01).ສັງເກດສະພາບຮູບທ່ອນຕົວແບບຂ້າງລຸ່ມຈະເຫັນໄດ້ວ່າມູມງ່ຽງຂອງຕະຝັ່ງບໍ່ອາດສາມາດໄດ້ເຖີງ60ອົງສາແລະມູມລວມຂອງຝາບໍ່ ໄດ້ເຖີງ45ອົງສາ. ແຕ່ບາງບ່ອນຍັງບໍ່ມີຄວາມໝັ້ນຄົງພໍດັ່ງນັ້ນເພື່ອຄວາມຮັບປະກັນການເຈື່ອນຂອງຝາບໍ່ ຄວນສ້າງໃຫ້ຕ່ຳລົງໃນເຂດຫີນທີ່ມີການເຂົ້າໝ້ຽງແລະໃກ້ກັບໜ້າດີນ, ພ້ອມກັນນີ້ ຕ້ອງໃຫ້ມີລະບົບປ້ອງກັນການໄຫຼຂອງນ້ຳໃນຝາບໍ່ ອັນກໍ່ໃຫ້ເກີດການເຈື່ອນໄດ້ງ່າຍ.(ລາຍລະອຽດດັ່ງບົດລາຍງານການວິເຄາະໂຄງສ້າງຫີນທີ່ໄດ້ຄັດຕິດມາດ້ານຫຼັງ)