ການກອງຫີນເສດ, ຕ້ອງຈັດຫີນເສດໃຫ້ຖືກກັບໝວດໝູ່ເຊັ່ນ: ຫີນເສດທີ່ອາດເປັນເອຊິດຕ້ອງກອງໄວ້ຈຸດເຄີ່ງກາງ,ຮອງພື້ນດ້ວຍຫີນ/ດິນທີ່ບໍ່ເປັນອາຊິດແລະທາງຂ້າງ, ປົກເທີງກໍ່ເຊັ່ນກັນ.ໜ້າຕະຝັ່ງອອກແບບໃນມູມ30ອົງສາ, ມູມລວມປະມານ23ຫາ25ອົງສາ, ຄວາມກ້ວາງຂອງພັກ 3 ແມັດແລະຄວາມສູງແຕ່ລະພັກປະມານ5ແມັດອ້ອມຮອບກອງຫີນເສດຈະສ້າງຕະຄອງລະບາຍນ້ຳເພື່ອຮັບປະກັນເວລາຝົນຕົກຕ້ອງໃຫ້ນ້ຳທີ່ເຊາະເອົາຫີນ/ດິນໃນລານລົງສຸ່ອ່າງກັກດັກຕະກອນ.ອ່າງກັກດັກຕະກອນຈະສ້າງເປັນສອງອ່າງແລະມີຮ່ອງນ້ຳລົ້ນອອກເພື່ອເຮັດໃຫ້ຕະກອນຈົມລົງພາຍໃນອ່າງທີ່ຫນຶ່ງແລະຖ້າຫາກເຫຼືອອອກມາຕ້ອງໃຫ້ມັນມາຄ້າງທີ່ອ່າງທີສອງ.ນ້ຳໃນຕະຄອງຈະຕ້ອງໃຫ້ມີການກວດກາຄຸນນະພາບດ້ວຍພາກສ່ວນ ໜ່ວຍງານຮັກສາສິ່ງແວດລ້ອມຂອງບໍລິສັດກ່ອນຈະມີການປ່ອຍອອກສູ່ແຫຼ່ງນ້ຳທຳມະຊາດ.