ການຟື້ນຟູສະພາບໜ້າດິນເຂດຂຸດຄົ້ນພາຍຫຼັງສຳເລັດການຂຸດຈົກ, ການຂຸດຄົ້ນເຂດຄັງພະນຽນມີສອງຈຸດເຊິິ່ງຕັ້ງຢູ່ຫ່າງກັນປະມານ3ກິໂລແມັດ, ສະນັ້ນມັນກໍ່ເປັນການຍາກທີ່ຈະໃຫ້ມີການຖົມຄືນລະຫວ່າງການຂຸດຄົ້ນ, ດັ່ງນັ້ນທັງສອງບໍ່ ຈະບໍ່ມີການຖົມຄືນ. ວິທີການບູລະນະຮັກສາຜົນກະທົບຈາກບໍ່ເກົ່າຕໍ່ກັບສະພາບແວດລ້ອມແມ່ນອິງໃສ່ ແຜນການປິດບໍ່ ແລະການຟື້ນຟູສະພາບແວດລ້ອມ.ການຟື້ນຟູສະພາບໜ້າດິນເຂດຫົນທາງ, ກອງດິນຈຳພວກນີ້ ຈະນຳໃຊ້ລົດຈົກແລະລົດດຸດປັບລະດັບດ້ານໜ້າ ແລະປົກຫູ້ມດ້ວຍໄມ້, ຫຍ້າຫຼືຈະນຳໃຊ້ກະແຕະທີ່ຈະເຮັດດ້ວຍປະຊາຊົນມາປົກເພື່ອປ້ອງກັນການກັດເສາະຂອງນ້ຳເວລາຝົນຕົກ.ບາງບ່ອນການຟື້ນຟູສະພາບໜ້າດິນຈະຕ້ອງໄດ້ມີການປຸກຕົ້ນໄມ້ ເຊິ່ງຈະອິງໃສ່ການຄິດໄລ່ ໃນບົດແຜນການປິດບໍ່ ມາປະຕິບັດ.